ຄວາມເປັນມາ
ອາຫານລາວໄດ້ມີການພັດທະນາມາດົນນານ ພ້ອມກັບການຂະຫຍັບຂະຫຍາຍຂອງຊົນຊາດລາວທີ່ໄດ້ຍ້າຍໄປກໍ່ຮ່າງສ້າງໂຕໃນທ້ອງຖິ່ນຕ່າງໆ ໃນອາຊີຕາເວັນອອກສຽງໃຕ້. ອາຫານລາວມີອິດທິພົນຕໍ່ຊົນຊາດໃກ້ຄຽງ ເຊັ່ນ ໃນອາຫານໄທປັດຈຸບັນກໍໄດ້ມີອາຫານລາວເປັນສ່ວນປະກອບນຳ ເຊັ່ນ ລາບ ໂດຍມີການບໍລິໂພກໂດຍຄົນເຊື້ອສາຍລາວທີ່ຢູ່ໃນພາກຕາເວັນອອກສຽງເໜືອຂອງໄທ ແລະນອກຈາກນີ້ ລາບ ກໍໄດ້ມີການເຜີຍແພ່ໄປຮອດພາກກາງຂອງໄທ ເຊັ່ນ ບາງກອກ ຯລຯ ໂດຍມີການປຸງແຕ່ງທີ່ອາດຕ່າງຈາກລາບລາວແດ່. ໃນຂະນະດຽວກັນ
ອາຫານລາວກໍໄດ້ຮັບອິດທິພົນຈາກຊົນຊາດລ້ອມຮອບຄືກັນ. ລາວໄດ້ຮັບວິທີການຂົ້ວ (ຈີນກາງ: 炒 chǎo)
ແລະ
ອາຫານຈຳພວກເຂົ້າເສັ້ນເຊັ່ນ ເຝີ ເຂົ້າຊອຍ ຈາກຊາວຈີນ ແລະ ຊາວຫວຽດນາມ (ເຊິ່ງກໍໄດ້ຮັບອິດທິພົນຈາກຊາວຈີນຄືກັນ). ນອກຈາກນີ້ ອາຫານຕາເວັນຕົກກໍໄດ້ມີສ່ວນຮ່ວມໃນພັດທະນາການຂອງອາຫານລາວຄືກັນ. ໝາກເຜັດເປັນສິ່ງນຶ່ງທີ່ຊາວປອກຕຸຍການໄດ້ນຳເຂົ້າມາໃນອະດີດ. ຕັ້ງແຕ່ປະເທດລາວເປັນຫົວເມືອງຂອງຝະລັ່ງກໍໄດ້ມີການບໍລິໂພກເຂົ້າຈີ້ ກະແລັມ ແວງ ເນີຍແຂງ ຯລຯ ແລະອາຫານຕາເວັນຕົກຫຼາຍຂຶ້ນ
ອາຫານລາວ ຫຼື ຂອງກິນລາວ (ອັງກິດ: Lao cuisine, ຝະລັ່ງ: cuisine laotienne) ໝາຍເຖິງ ອາຫານທີ່ແຕ່ງກິນ ຫຼື ມີການຄິດຄົ້ນສູດອາຫານໂດຍຊົນຊາດລາວ ຫຼື ຄົນທີ່ມາຈາກປະເທດລາວ.
ປາແດກ, ຂ່າ, ຫົວສີໄຄ, ໝາກຂີ້ຫູດ ແມ່ນສ່ວນປະກອບທີ່ສຳຄັນໃນປຸງແຕ່ງອາຫານລາວ.
ອາຫານລາວທີ່ມີຊື່ສຽງທີ່ສຸດແມ່ນ ລາບ ແລະ ຕຳໝາກຫຸ່ງ. ລາບ ເປັນອາຫານທີ່ມີການນຳຊີ້ນທີ່ຍັງດິບມາປະສົມເຂົ້າກັບເຄື່ອງເທດ, ສ່ວນ ຕຳໝາກຫຸ່ງ ເປັນອາຫານທີ່ນຳໝາກຫຸ່ງ ມາຕຳລົງພ້ອມໝາກເຜັດ ຜັກທຽມໝາກເລັ່ນ ໝາກນາວ ແລະອື່ນໆ.
ສ່ວນປະກອບທີ່ສຳຄັນໃນອາຫານລາວ ໄດ້ແກ່:
·
ປາແດກ
·
ຂ່າ
·
ຫົວສີໄຄ
·
ໝາກນາວ
·
ເຂົ້າໜຽວ
ນອກຈາກນີ້ຍັງມີສ່ວນປະກອບອື່ນໆ ອີກ ເຊັ່ນ:
·
ໝາກເຂືອ
·
ໝາກຫຸ່ງ
·
ໃບໝາກຂາມ
·
ໝາກເຜັດ
·
ຜັກທຽມ
·
ຂີງ
·
ໜໍ່ໄມ້
·
ໜໍ່ຫວາຍ
·
ເຫັດ
·
ໃບຢານາງ
·
ໝາກຖົ່ວ
![]() |
Add caption |
·
ດອກແຄ
·
ຜັກບົ້ງ
·
ນ້ຳປາ
·
ໝາກເລັ່ນ
·
ໝາກແຕງ
·
ຍຳສະຫຼັດ
·
ແຈ່ວບອງ
·
ໄຄແຜ່ນ
·
ເອາະຫຼາມ
·
ອົ່ວໝໍ້າ
·
ຊຸບຜັກ
·
ປົ່ນປາ
·
ປາແດກ
·
ຕົ້ມໄກ່
·
ລາບປາ
·
ກອ້ຍປາ
·
ໝົກຂິ້ປາ
·
ໝົກມໍ້ປາ
·
ປົ່ນອຽ່ນ
·
ໜື່ງປາ
·
ຕຳໝາກແຕງ
No comments:
Post a Comment